ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ອະຫິ​ວາ​ ໃນ​ໂລກ​ຍັງ​ຢູ​ໃນ​ລະດັບ​ສູງ

     ສຳນັກ​ຂ່າວສານ​ຊິນ​ຮວາ​ລາຍ​ງານ ​ວັນ​ທີ 12 ກຸມພາ 2024 ນີ້​ວ່າ: ບົດ​ລາຍ​ງານ​ສະບັບ​ໜຶ່ງ​ຂອງ​ອົງການ ອະນາໄມ​ໂລກ ໄດ້​ຢືນຢັນ
ວ່າ: ນັບ​ແຕ່​ເຂົ້າ​ສູ່​ປີ 2024 ເປັນຕົ້ນ​ມາ, ຄວາມ​ສ່ຽງ​ທີ່​ຈະ​ພາໃຫ້​ເກີດ​ການ​ແພ່​ລະບາດ​ຂອງ​ພະຍາດ​ອະຫິ​ວາ ໃນ​ໂລກ ແມ່ນ​ສືບຕໍ່​ຂະຫຍາຍ​
ໃນ​ລະດັບ​ສູງ.

     ພຽງ​ແຕ່​ເດືອນ​ມັງກອນ​ປີ 2024 ເດືອນ​ດຽວ ໄດ້​ມີ​ລາຍ​ງານ ວ່າ​ມີ​ຜູ້​ເປັນ​ພະຍາດ​ອະຫິ​ວາ​ທັງ​ໝົດ 40.900 ຄົນ ແລະ ມີ​ຜູ້​ເສຍ​ຊີ
ວິດ 775 ຄົນ ຈາກ 17 ປະເທດ ໃນ​ທະວີບ​ອາ​ຟຣິ​ກາ, ພາກ​ຕາເວັນ​ອອກ​ຂອງ​ທະເລ ເມ​ດີ​ແຕ​ຣາ​ເນ, ທະວີບ ອາເມລິກາ ແລະ ພາກ​ພື້ນ
​ອາຊີ​ຕາເວັນ​ອອກສຽງ​ໃຕ້.

     ໃນ​ຂະນະ​ທີ່ ອົງການ​ອະນາໄມ​ໂລກ ໃຫ້​ຮູ້​ວ່າ: ວຽກ​ງານ​ການ​ຮັບ​ມື​ກັບ​ພະຍາດ​ອະຫິ​ວາ​ຂອງ​ໂລກ ຍັງ​ສືບຕໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ
ການ​ຂາດເຂີນ​ວັກ​ຊິນ​ຕ້ານ​ອະຫິ​ວາ​ຢ່າງ​ໜັກໜ່ວງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2024